ເກມທ້ອງຖິ່ນ
ບໍລິການຂອງພວກເຮົາ

ປັບຂໍ້ຄວາມທ້ອງຖິ່ນ
→
ປັບຂໍ້ຄວາມທ້ອງຖິ່ນ
ໃນການປັບເກມໃຫ້ເຂົ້າກັບທ້ອງຖິ່ນ, ເປົ້າໝາຍຂອງພວກເຮົາແມ່ນເພື່ອເຮັດໃຫ້ຜົນງານຂອງທ່ານເຊື່ອມໂຍງເຂົ້າກັບໂລກຂອງຜູ້ຫຼິ້ນຢ່າງແທ້ຈິງ. ຕັ້ງແຕ່ການແປພາສາທີ່ແນ່ນອນ ຈົນເຖິງການປັບວັດທະນະທຳໃຫ້ ເໝາະສົມຢ່າງລະອຽດອ່ອນ, ພວກເຮົາມຸ່ງໝັ້ນສ້າງສັນປະສົບການແບບເຊື່ອມເຂົ້າທີ່ເປັນທຳມະຊາດ ແລະ ແບບຕົ້ນສະບັບ. ພວກເຮົາຄຳນຶງເຖິງພຶດຕິກຳຂອງຜູ້ຫຼິ້ນ ແລະ ກົດລະບຽບທີ່ກ່ຽວ ຂ້ອງຂອງແຕ່ລະພາກພື້ນຢ່າງເຕັມສ່ວນ, ຊ່ວຍໃຫ້ທ່ານນຳສະເໜີປະສົບການການຫຼິ້ນເກມທີ່ສົມບູນແບບໃຫ້ແກ່ຜູ້ຫຼິ້ນທົ່ວໂລກ.
ຮັບປະກັນຄຸນນະພາບ
→
ຮັບປະກັນຄຸນນະພາບ
ທີມງານ LQA ຂອງພວກເຮົາ ຈະເຂົ້າຮ່ວມການຄວບຄຸມຄຸນນະພາບຕັ້ງແຕ່ຂັ້ນຕອນການພັດທະນາ, ຈຳແນກບັນຫາທີ່ອາດຈະເກີດຂຶ້ນໃນລະດັບພາສາ, ວັດທະນະທຳ ແລະ ໜ້າຕ່າງການໃຊ້ງານຢ່າງແນ່ນອນ, ເພື່ອຮັບປະກັນວ່າຜູ້ຫຼິ້ນຈະບໍ່ມີວັນກາຍເປັນ "ຜູ້ທົດສອບຄົນທຳອິດ". ປົກປ້ອງຄຸນນະພາບດ້ວຍຄວາມເປັນມືອາຊີບ, ຊ່ວຍທ່ານບັນລຸການປ່ອຍອອກສູ່ຕະຫຼາດທີ່ມີຄຸນນະພາບສູງ, ເຮັດໃຫ້ເກມຂອງທ່ານໄດ້ຮັບຊື່ສຽງທີ່ສົມບູນແບບໃນທຸກໆຕະຫຼາດທົ່ວໂລກ.
ການພາກສຽງ
→
ການພາກສຽງ
ບໍລິການຄົບວົງຈອນຈາກຫ້ອງອັດສຽງມືອາຊີບ, ຮວບຮວມນັກພາກສຽງ, ການແປ ແລະ ວິສະວະກອນສຽງ, ເຊື່ອມຕໍ່ແບບບໍ່ມີຮອຍຕໍ່ຕັ້ງແຕ່ການປັບບົດໃຫ້ເໝາະສົມຈົນເຖິງການສົ່ງມອບຜົນງານສຳ ເລັດຮູບ, ສ້າງສັນວິທີການແກ້ໄຂບັນຫາການພາກສຽງແບບຄົບວົງຈອນ, ຄອບຄຸມຄວາມສາມາດໃນການພາກສຽງຫຼາຍກວ່າ 30+ ປະເພດພາສາ, ຮັບປະກັນເນື້ອຫາຂອງທ່ານ "ສຽງ" ເຂົ້າເຖິງໃຈຄົນໃນຕະຫຼາດທົ່ວໂລກ.

























ທາງເລືອກທີ່ໄດ້ຮັບຄວາມໄວ້ວາງໃຈຈາກລູກຄ້າເກມທົ່ວໂລກຫຼາຍກວ່າ 200 ລາຍ
ຂະບວນການເຮັດວຽກຂອງພວກເຮົາ
ເປັນຫຍັງຈຶ່ງເລືອກພວກເຮົາ
ມາຈາກຜູ້ຫຼິ້ນ, ບໍລິການຜູ້ຫຼິ້ນ
ທີມງານການປັບໃຫ້ເຂົ້າກັບທ້ອງຖິ່ນຂອງພວກເຮົາ ປະກອບດ້ວຍຜູ້ຫຼິ້ນທີ່ຮັກໃນການຫຼິ້ນເກມ, ພວກເຮົາຮູ້ດີວ່າພາສາຄືສິ່ງສຳຄັນຂອງປະສົບການແບບເຊື່ອມເຂົ້າ. ພວກເຮົາເຂົ້າໃຈວິທີການສະແດງອອກທີ່ເປັນທຳມະຊາດທີ່ສຸດໃນບົດສົນທະນາ, ໜ້າຕ່າງການໃຊ້ງານ ແລະ ຮູບແບບການຫຼິ້ນ, ຮັບ ປະກັນວ່າຜົນງານຂອງທ່ານຈະສ້າງຄວາມປະທັບໃຈໃຫ້ຜູ້ຫຼິ້ນດ້ວຍວິທີທີ່ແທ້ຈິງທີ່ສຸດ.
ຢືດຢຸ່ນມີປະສິດທິພາບ, ລາຄາທີ່ເໝາະສົມ
ບໍ່ວ່າທ່ານຈະເປັນຜູ້ພັດທະນາເກມອິນດີ້(Indie Game) ຫຼື ເກມລະດັບ AAA, ພວກເຮົາກໍ່ສາມາດອີງຕາມຄວາມຕ້ອງການຕົວຈິງຂອງທ່ານ, ປັບບໍລິການການປັບໃຫ້ເຂົ້າກັບທ້ອງຖິ່ນໄດ້ຢ່າງຢືດຢຸ່ນ. ສາມາດຮັບການປັບໃຫ້ເຂົ້າກັບທ້ອງຖິ່ນທັງໝົດຂະບວນການ ຫຼື ບາງສ່ວນ, ຮັບປະກັນຄຸນນະພາບສູງ, ມີປະສິດທິພາບສູງສະເໝີ ແລະ ດ້ວຍລາຄາທີ່ມີຄວາມສາມາດໃນການແຂ່ງຂັນສູງໃນອຸດສາຫະກຳ, ຊ່ວຍຊຸກຍູ້ໃຫ້ເກມຂອງທ່ານເຂົ້າສູ່ຕະຫຼາດທົ່ວໂລກໄດ້ຢ່າງລາບລື່ນ.
ຄອບຄຸມພາສາທົ່ວໂລກ
ບໍ່ວ່າຈະເປັນຕະຫຼາດຫຼັກ ຫຼື ພາກພື້ນຍ່ອຍ, ພວກເຮົາກໍ່ສາມາດສະໜອງການສະໜັບສະໜູນພາສາຫຼັກແບບຄົບວົງຈອນໃຫ້ແກ່ເກມ PC, ເຄື່ອງຫຼັກ ແລະ ມືຖື. ທີມງານມືອາຊີບຂອງພວກເຮົາຄວບຄຸມຢ່າງເຂັ້ມງວດຕະຫຼອດຂະ ບວນການ, ຮ່ວມມືກັບນັກແປພາສາແມ່ໃນທ້ອງຖິ່ນ, ຮັບປະກັນທຸກຈຸດຂອງການແປໃຫ້ເປັນທຳມະຊາດ ແລະ ລ່ຽນໄຫຼ, ເຮັດໃຫ້ເກມຂອງທ່ານຂາຍດີໃນຕະຫຼາດທົ່ວໂລກຢ່າງງ່າຍດາຍ.
ການປັບວັດທະນະທຳໃຫ້ເໝາະສົມຢ່າງເລິກເຊິ່ງ, ຍົກລະດັບການໂຕ້ຕອບຂອງຜູ້ຫຼິ້ນ.
ພວກເຮົາບໍ່ພຽງແຕ່ແມ່ນການແປ, ຍິ່ງໄປກວ່ານັ້ນພວກເຮົາຈະປັບປ່ຽນສຳນຽງ, ການສະແດງອອກທີ່ໜ້າສົນໃຈ ແລະ ອົງປະກອບທາງວັດທະນະທຳໂດຍອີງຕາມພຶດຕິກຳຂອງຜູ້ຫຼິ້ນໃນຕະຫຼາດທີ່ແຕກຕ່າງກັນ, ເພື່ອເຮັດໃຫ້ເນື້ອຫາເຂົ້າໃກ້ກັບກຸ່ມເປົ້າໝາຍຢ່າງແທ້ຈິງ. ໂດຍອາໄສຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຊຸມຊົນເກມທົ່ວໂລກ, ຊ່ວຍໃຫ້ເກມຂອງທ່ານເຊື່ອມໂຍງເຂົ້າກັບກຸ່ມຜູ້ຫຼິ້ນໃນແຕ່ລະບ່ອນຢ່າງເປັນທຳມະຊາດ, ຍົກລະດັບຄວາມຜູກພັນຂອງຜູ້ໃຊ້ ແລະ ລະດັບການໂຕ້ຕອບຢ່າງຕໍ່ເນື່ອງ.
ພ້ອມເລີ່ມການບໍລິການທ້ອງຖິ່ນແລ້ວບໍ?
DNE@lan-bridge.com